ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ​ ເປີດເຜີຍເຮລີ​ກົບ​ແຕລຸ້ນ​ໃໝ່


ເຮລີກົບເເຕ Mi-26T2V ລຸ້ນ​ໃໝ່​ທັນ​ສະໄໝ

     ໜັງສືພິມ​ ກອງທັບປະຊາຊົນຫວຽດນາມ ​ລາຍ​ງານ​​ວ່າ: ບໍລິສັດ Rosoboronexport ຜູ້​ຜະລິດ​ໄດ້​ເປີດ​ເຜີຍເຮລີກົບເເຕ Mi-26T2V ລຸ້ນ​ໃໝ່​
ທັນ​ສະໄໝ, ເຊິ່ງຍົກ​ລະດັບ​ຈາກ​ລຸ້ນ Mi-26 ​ແຕ່​ຍັງ​ຄົງ​ຮັກ​ສາໂຄງສ້າງ​ພື້ນຖານ​ລຸ້ນ​ກ່ອນໄວ້ເຊັ່ນ: ຄວາມ​ຍາວ 40 ແມັດ, ປີກ 32 ແມັດສູງ 8.2 ແມັດ,
ຕິດຕັ້ງຈັກ​ໃບພັດ 2 ເຄື່ອງ, ມີ​ລະບົບ​ໃບ​ພັດ​ຍົກ​ໂຕ​ຍົນ 8 ໃບ ແລະ ຫາງ 5 ໃບພັດ.

     ເຮລີ​ກົບ​ແຕ​ລຸ້ນ​ນີ້, ປະກອບມີ 5 ບ່​ອນ​ນັ່ງ​ໃນ​ນັ້ນ​ສຳລັບນັກ​ບິນ 2 ຄົນ, ສື່ສານ 1 ຄົນ, ນາຍ​ຊ່າງ1 ຄົນ ແລະ ນັກວິຊາການ 1 ຄົນ. Mi-26 T2V
ແມ່ນຕິດຕັ້ງເຄື່ອງ​ຈັກ​ທີ່​ຜ່ານ​ການ​ຍົກ​ລະດັບ D-136-2 ປະສົມ​ປະສານ​ກັບ​ລະບົບ​ຄວບ​ຄຸມ​ອັດຕະໂນມັດ FADEC ເພື່ອ​ຊ່ວຍ​ໃຫ້​ນັກ​ບິນ​ສາມາດ
​ຄວບ​ຄຸມ​ເຮືອ​ບີນ​ໄດ້​ດີ​ຂຶ້ນ.

     ຕາມ​ຂ່າວ​ແຈ້ງ​ຕື່ມ​ວ່າ: ເຮືອບິນລຸ້ນ​ນີ້ມີຄວາມ​ໄວສູງ​ສຸດປະມານ 300 ກິໂລແມັດ​ຕໍ່​ຊົ່ວໂມງ, ບີນ​ໃນ​ລະດັບ​ສູງ​ສຸດ 4.600 ແມັດ ​ແລະ ​ປະຕິບັດ​
ການ​ເກືອບ 2.000 ກິໂລແມັດ/1ຄັ້ງ, ສາມາດ​ບັນທຸກ​ສິນຄ້າ​ໄດ້​ຫຼາຍ​ກວ່າ 25 ໂຕນ, ບັນຈຸ​ທະຫານໄດ້ 90 ຄົນ ພ້ອມ​ດ້ວຍ​ອາວຸດຍຸດ​ໂທປະກອນ​ຄົບ​
ຊຸດ ເເລະ ບັນຈຸ​ທະຫານ​ບາດເຈັບໄດ້ 60 ຄົນ ພ້ອມ​ອຸປະກອນ​ການ​ແພດ ຫຼື ພາຫະນະ​ສູ້​ຮົບ​ໄດ້ 10 ໂຕນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 16/08/2023